ສໍາລັບບັນດາຄົນພິການ ຄວາມເປັນອິດສະຫຼະທາງດ້ານການເງິນ ແມ່ນເປົ້າຫມາຍທີ່ຫ່າງໄກຫຼາຍ ຍ້ອນໂອກາດຫາວຽກເຮັດງານທໍາທີ່ຈໍາກັດ, ການກີດກັ້ນທາງສັງຄົມ, ແລະ ສິ່ງທ້າທາຍທາງດ້ານເສດຖະກິດ. ເຖິງຢ່າງໃດກໍຕາມ, ໂຄງການ Maybank R.I.S.E. ກໍາລັງພິສູດວ່າຜູ້ປະກອບການທີ່ເປັນຄົນພິການ ສາມາດສ້າງທຸລະກິດໃຫ້ປະສົບຜົນສໍາເລັດ ແລະ ຍືນຍົງດ້ວຍຄວາມຮູ້ທາງດ້ານການເງິນທີ່ຖືກຕ້ອງ, ທັກສະທາງທຸລະກິດ, ແລະ ການປຶກສາ.

ພັນໄຊ ໄຊຍະເຕີຍ ເປັນໜຶ່ງໃນຜູ້ປະກອບການ ຈາກເມືອງ ສະໜາມໄຊ, ແຂວງ ອັດຕະປື, ສ ປ ປ ລາວ. ລາວໄດ້ສູນເສຍຂາຂວາຂອງລາວດ້ວຍພະຍາດໃນອາຍຸ 12 ປີ, ລາວຈຳເປັນຕ້ອງໄດ້ລາອອກຈາກໂຮງຮຽນ, ໄປເຮັດວຽກທີ່ສາມາດເຮັດໄດ້ເພື່ອຄວາມຢູ່ລອດ. ເຖິງແມ່ນວ່າພະຍາຍາມຢ່າງສຸດຄວາມສາມາດຂອງລາວ, ແຕ່ຄວາມໝັ້ນຄົງທາງດ້ານການເງິນກໍຍັງເປັນສິ່ງທີ່ຢູ່ຫ່າງໄກຫຼາຍ – ລາວມີລາຍຮັບຫຼາຍຊ່ອງທາງ ແຕ່ກໍຍັງພົບກັບບັນຫາດ້ານການອອມເງິນ ແລະ ການຂະຫຍາຍທຸລະກິດ.

ທຸກສິ່ງທຸກຢ່າງມີການປ່ຽນແປງເມື່ອລາວໄດ້ເຂົ້າຮ່ວມໂຄງການ Maybank R.I.S.E. ດ້ວຍການຝຶກອົບຮົມທີ່ເປັນປະໂຫຍດດ້ານການບໍລິຫານການເງິນ ແລະ ການວາງແຜນທຸລະກິດ, ລາວໄດ້ປ່ຽນທຸລະກິດ ຕັດຫຍິບ, ຂາຍເຄື່ອງຍ່ອຍ, ແລະ ການປູກມັນຕົ້ນ ໃຫ້ກາຍເປັນທຸລະກິດທີ່ໝັ້ນຄົງດ້ານການເງິນ ແລະ ຈະເລີນກ້າວໜ້າ.

ນີ້ແມ່ນວິທີທີ່ລາວໃຊ້ກໍານົດອະນາຄົດຂອງລາວຄືນໃໝ່.

 

ການ​ເດີນ​ທາງທີ່​ແສນລໍາບາກ​: ການ​ຕໍ່​ສູ້​ເພື່ອ​ຄວາມ​ໝັ້ນ​ຄົງ​

ເກີດຢູ່ບ້ານມິດສຳພັນ, ເມືອງສະໜາມໄຊ, ຊີວິດຂອງ ພັນໄຊ ໄດ້ປະສົບກັບຄວາມຫຍຸ້ງຍາກຢ່າງໜັກໜ່ວງ ລາວເສຍຂາເບື້ອງຂວາຍ້ອນພະຍາດ ເມື່ອອາຍຸໄດ້ພຽງແຕ່ 12 ປີ ເປັນສາເຫດທີ່ເຮັດໃຫ້ລາວຕ້ອງອອກຈາກໂຮງຮຽນ, ບໍ່ໄດ້ສຶກສາຕໍ່ ແລະ ຕັດໂອກາດຈາກວຽກເຮັດງານທໍາທີ່ດີ.

ປີທໍາອິດຫຼັງຈາກອອກໂຮງຮຽນ ກໍຕ້ອງໄດ້ດີ້ນຮົນກັບການຫາລ້ຽງຊີບ. ລາວ​ຮັບຈ້າງເປັນແຮງງານຢູ່​ສວນ, ເຖິງແມ່ນ​ວ່າ​ລາວຈະພິການກໍຕາມ ລາວຕ້ອງອົດທົນ​ຕໍ່​ການ​ເຮັດ​ວຽກ​ທີ່ໃຊ້ແຮງຢ່າງໜັກ​ຫຼາຍ​ຊົ່ວ​ໂມງ​. ຕໍ່ມາ, ໃນປີ 2019, ລາ​ວໄດ້ຮັບໂອກາດເຂົ້າຝຶກອົບຮົມກ່ຽວກັບການຕັດຫຍິບ, ຫຼັງຈາກຈົບຝຶກອົບຮົມ ສະມາຄົມໄດ້ມອບເຄື່ອງຈັກຕັດຫຍິບໜຶ່ງເຄື່ອງໃຫ້ ເພື່ອໃຫ້ລາ​ວເລີ່ມຕົ້ນເຮັດທຸລະກິດເປັນຂອງຕົນເອງ.

ຢ່າງໃດກໍຕາມ, ເຖິງແມ່ນວ່າຈະມີລາຍຮັບຫຼາຍຊ່ອງທາງ ລວມທັງການຂາຍເຄື່ອງຍ່ອຍ ແລະ ການປູກມັນຕົ້ນຊ່ວຍຜົວຂອງລາ​ວ, ແຕ່ລາ​ວກໍ່ຍັງບໍ່ສາມາດສ້າງຄວາມໝັ້ນຄົງທາງດ້ານການເງິນໄດ້.

📌 ສິ່ງທ້າທາຍຕົ້ນຕໍຂອງລາ​ວແມ່ນ:

🔸 ຂາດການວາງແຜນການເງິນ – ບໍ່ມີເງິນຝາກປະຢັດ ຫຼື ເງິນເກັບ ເພາະລາຍຮັບທັງໝົດຂອງລາ​ວແມ່ນໄດ້ເອົາໄປໃຊ້ຈ່າຍໃນຄອບຄົວ ແລະ ທຸລະກິດ.

🔸 ລາຍຮັບບໍ່ໝັ້ນຄົງ – ລາວມີທຸລະກິດ ແຕ່ລາວຍັງຂາດກົນລະຍຸດໃນການຂະຫຍາຍທຸລະກິດ ແລະ ວິທີທີ່ເັຮດໃຫ້ທຸລະກິດຍືນຍົງ.

🔸 ບໍ່ມີເງິນເກັບສຳຮອງ – ລາວມີຄວາມກັງວົນເຖິງຄ່າໃຊ້ຈ່າຍຈຳເປັນໃນກໍລະນີສຸກເສີນ, ຄ່າປິ່ນປົວ, ແລະ ການສຶກສາຂອງລູກໆ.

ລາວຮູ້ວ່າລາວຕ້ອງປ່ຽນແປງແຕ່ບໍ່ຮູ້ວ່າຈະບັນລຸມັນໄດ້ແນວໃດ.

 

ຈຸດປ່ຽນ: ການຮຽນຮູ້ການຄວບຄຸມການເງິນຂອງ ພັນໄຊ

ຊ່ວງເວລາແຫ່ງຄວາມສຳເລັດຂອງ ພັນໄຊ ເກີດຂຶ້ນເມື່ອໄດ້ເຂົ້າຮ່ວມກັບ Maybank R.I.S.E., ເຊິ່ງເປັນໂຄງການຝຶກອົບຮົມການລິເລີ່ມໂດຍ @MaybankFoundation ເຊິ່ງຝຶກອົບຮົມໃຫ້ຜູ້ປະກອບການຄົນພິການ ມີທັກສະໃນການສ້າງ ແລະ ດຳເນີນທຸລະກິດແບບຍືນຍົງ.

ບົດຮຽນອັນລ້ຳຄ່າທີ່ສຸດອັນໜຶ່ງທີ່ ພັນໄຊ ໄດ້ຮຽນຮູ້ ແມ່ນບົດຮຽນການບໍລິຫານການເງິນ, ເຊິ່ງໄດ້ຫັນປ່ຽນວິທີການເຂົ້າເຖິງການເງິນຂອງລາວ.

ເຂົ້າໃຈນິໄສການໃຊ້ຈ່າຍ – ລາວໄດ້ຮູ້ວ່າລາວໃຊ້ລາຍຮັບທັງໝົດຂອງລາວເພື່ອຄວາມຕ້ອງການໃນທັນທີທັນໃດ ໂດຍບໍ່ໄດ້ເກັບອອມໄວ້ເພື່ອອະນາຄົດ.

ຄວາມສໍາຄັນຂອງການເກັບອອມ – ລາວຮຽນຮູ້ວິທີການກຳນົດເປົ້າໝາຍທາງການເງິນ ແລະ ເກັບອອມເງິນສຳຮອງເພື່ອກໍລະນີສຸກເສີນ.

ຕິດຕາມລາຍຮັບ ແລະ ລາຍຈ່າຍ – ລາວໄດ້ເລີ່ມຈັດແຈງງົບປະມານຢ່າງເໝາະສົມ ເພື່ອໃຫ້ໝັ້ນໃຈວ່າລາຍຮັບຂອງລາວ ໄດ້ຜ່ານການຈັດແຈງມາຮຽບຮ້ອຍແລ້ວ.

ບົດຮຽນ​ເຫຼົ່າ​ນີ້​ໄດ້ເຮັດ​ໃຫ້ລາວສາມາດ​ຄວບ​ຄຸມການເງິນຂອງຕົນເອງໄດ້ – ນີ້ເປັນຄັ້ງ​ທຳ​ອິດທີ່ລາວ​ສາມາດ​ວາງແຜນ​ສຳລັບ​ອະນາຄົດໄດ້ແທນ​ທີ່​ຈະ​ຢູ່ໄປໂດຍບໍມີຫຍັງ.

ການບັນລຸການເຕີບໂຕ: ການເຕີບໂຕທາງທຸລະກິດ ແລະ ການເງິນຂອງ ພັນໄຊ

ໂດຍການນຳໃຊ້ບົດຮຽນຈາກ ໂຄງການ Maybank R.I.S.E., ສະຖານະການທາງດ້ານການເງິນຂອງ ພັນໄຊ ໄດ້ເຕີບໂຕຂຶ້ນຢ່າງຫຼວງຫຼາຍ.

📈 ພາຍໃນ 6 ເດືອນ, ພັນໄຊ ໄດ້ເພີ່ມລາຍຮັບເພີ່ມຂຶ້ນ 466% ຈາກ 1,500,000 ກີບ (71 ໂດລາ) ເປັນ 8,500,000 ກີບ (404 ໂດລາ) ຕໍ່ເດືອນ.

ຄວາມສໍາເລັດທາງດ້ານການເງິນຂອງພັນໄຊ ເເມ່ນເຮັດໃຫ້:

ມີເງິນຝາກປະຢັດສ່ວນຕົວ – ປະຈຸບັນນີ້ ລາວສາມາດອອມເງິນໄດ້ 20,000 ກີບ ຕໍ່ມື້, ເເລະ ທ້ອນໄດ້ 500,000 ກີບ ຕໍ່ເດືອນ ເພື່ອອະນາຄົດຂອງລາວ.

ມີຊີວິດການເປັນຢູ່ທີ່ດີຂຶ້ນ – ລາວສາມາດຊື້ອາຫານທີ່ດີຂຶ້ນໃຫ້ຄອບຄົວ, ສາມາດຈ່າຍຄ່າຮຽນຂອງລູກ ແລະ ຈ່າຍຄ່າປິ່ນປົວໃຫ້ຕົວເອງ ເເລະ ຄອບຄົວ.

ຊ່ວຍເຫຼືອພໍ່ເເມ່ – ຊ່ວຍຈ່າຍຄ່າໄຟຟ້າ ແລະ ຄ່າໃຊ້ຈ່າຍປະຈໍາວັນໃຫ້ກັບພໍ່ເເມ່ ເເລະ ເຮັດໃຫ້ຊີວິດມີຄວາມໝັ້ນຄົງ.

ນີ້ບໍ່ແມ່ນພຽງແຕ່ການປັບປຸງລາຍໄດ້ເທົ່ານັ້ນ – ມັນເປັນການຫັນປ່ຽນໃນແນວຄິດທາງດ້ານການເງິນ ແລະ ຄວາມໝັ້ນຄົງຂອງລາວ.

 

ນອກຈາກການເພີ່ມລາຍຮັບເເລ້ວ: ພັນໄຊ ຍັງໄດ້ສ້າງຜົນດີຕໍ່ຄົນອ້ອມຂ້າງຂອງລາວ

ສໍາລັບ ພັນໄຊ ຄວາມສໍາເລັດຍັງບໍ່ແມ່ນເເຕ່ການຫາລາຍໄດ້ເພີ່ມ – ເເຕ່ແມ່ນການຊ່ວຍເຫຼືອຄົນອື່ນໄປພ້ອມ.

💡ຄວາມເປັນອິດສະຫຼະທາງດ້ານການເງິນເຮັດໃຫ້ລາວມີຄວາມໝັ້ນໃຈໃນການຕັດສິນໃຈວາງແຜນອະນາຄົດຂອງຕົນເອງ ແລະ ຄອບຄົວ. ຄວາມພິການຂອງລາວບໍ່ສາມາດຢຸດຢັ້ງລາວໄດ້ ແຕ່ລາວຈະເຫັນວ່າຕົນເອງນັ້ນເປັນຜູ້ນໍາຂອງການປ່ຽນແປງຕໍ່ຄົນອ້ອມຂ້າງ.

🌱 ທຸລະກິດຂອງລາວມີການຂະຫຍາຍຕົວແບບຍືນຍົງ, ສ້າງຄວາມໝັ້ນຄົງໃຫ້ແກ່ຄົນໃນຄອບຄົວ ແລະ ຍັງສ້າງຜົນປະໂຫຍດໃຫ້ແກ່ຄົນອ້ອມຂ້າງ.

👩‍👧‍👦 ປັດຈຸບັນນີ້ ລູກຂອງລາວໄດ້ເຂົ້າເຖິງການສຶກສາທີ່ດີຂຶ້ນ, ລາວຍັງໄດ້ສືບທອດການບໍລິຫານການເງິນໃຫ້ກັບລູກອີກດ້ວຍ.

ເລື່ອງລາວຂອງລາວ ສະແດງໃຫ້ເຫັນວ່າການສ້າງຄວາມເຂັ້ມແຂງໃຫ້ຄົນໆໜຶ່ງ ສາມາດສ້າງການປ່ຽນແປງໃນໄລຍະຍາວໃຫ້ກັບເພື່ອຄອບຄົວ ແລະ ຊຸມຊົນໄດ້.

 

ບົດພິສູດຜົນໄດ້ຮັບຈາກ Maybank R.I.S.E. 

ເລື່ອງລາວຂອງ ພັນໄຊ ເປັນພຽງໜຶ່ງໃນຫຼາຍໆເລື່ອງທີ່ສະແດງໃຫ້ເຫັນວ່າ Maybank R.I.S.E. ຊ່ວຍເຫຼືອຜູ້ປະກອບການທີ່ເປັນຄົນພິການທົ່ວອາຊ່ຽນ

ຜ່ານການຝຶກອົບຮົມຄວາມຮູ້ທາງດ້ານການເງິນ, ການເປັນຄູຝຶກດ້ານການເປັນຜູ້ປະກອບການ ແລະ ການໃຫ້ຄໍາປຶກສາ, ໂຄງການດັ່ງກ່າວໄດ້ຊ່ວຍໃຫ້ເຈົ້າຂອງທຸລະກິດທີ່ເປັນຄົນພິການຫຼາຍພັນຄົນໃນ ມາເລເຊຍ, ອິນໂດເນເຊຍ, ຟີລິບປິນ, ກຳປູເຈຍ ແລະ ລາວ ສາມາດສ້າງອາຊີບທີ່ຍືນຍົງໄດ້.

🔹 ຜູ້ປະກອບການທີ່ເປັນຄົນພິການ ໄດ້ຮັບເຄື່ອງມືໃນການຂະຫຍາຍທຸລະກິດ ແລະ ການຮັກສາຄວາມໝັ້ນຄົງດ້ານການເງິນ

🔹 ການສ້າງຄວາມເຂັ້ມແຂງທາງການເງິນ ແມ່ນການສ້າງຄວາມສາມາດໃນການປັບໂຕທາງດ້ານເສດຖະກິດໃນໄລຍະຍາວໃນຊຸມຊົນ.

🔹 ການເປັນຜູ້ປະກອບການແບບມີສ່ວນຮ່ວມ ກຳລັງທຳລາຍອຸປະສັກ ແລະ  ພິສູດວ່າຄວາມພິການບໍ່ແມ່ນຂໍ້ຈຳກັດ.

ໂດຍການໃຫ້ຄົນພິການໄດ້ມີທັກສະທີ່ເໝາະສົມ, Maybank R.I.S.E. ກໍາລັງຂັບເຄື່ອນການປ່ຽນແປງທີ່ມີຄວາມໝາຍໃນໄລຍະຍາວໄປທົ່ວພາກພື້ນ.

 

ການກຳນົດນິຍາມຄວາມສໍາເລັດໃໝ່: ການສ້າງອະນາຄົດທີ່ໝັ້ນຄົງ

ສໍາລັບ ພັນໄຊ ແລ້ວການດຳລົງຊີວິດບໍ່ແມ່ນພຽງແຕ່ຢູ່ລອດເທົ່ານັ້ນ ມັນຄືການເຕີບໂຕ, ການວາງແຜນລ່ວງໜ້າ ແລະ ການສ້າງຊັບສົມບັດໃຫ້ກັບຄອບຄົວ

💡 ເລື່ອງລາວຂອງ ພັນໄຊ ໄດ້ພິສູດໃຫ້ເຫັນວ່າ ເມື່ອຜູ້ປະກອບການທີ່ເປັນຄົນພິການໄດ້ເຂົ້າເຖິງຄວາມຮູ້ ແລະ ການສະໜັບສະໜູນທີ່ເໝາະສົມ ເຂົາເຈົ້າບໍ່ພຽງແຕ່ສາມາດເອົາໂຕລອດເທົ່ານັ້ນ ແຕ່ພວກເຂົາສາມາດ ສ້າງຜົນກະທົບແບບຍືນຍົງໄດ້.

ຜ່ານໂຄງການ Maybank R.I.S.E. ລາວຜັນປ່ຽນບັນຫາທາງດ້ານການເງິນໃຫ້ກາຍເປັນອິດສະຫຼະພາບທາງດ້ານການເງິນ ເຊິ່ງການປ່ຽນແປງຄັ້ງນີ້ຈະເຮັດໃຫ້ອະນາຄົດຄອບຄົວຂອງລາວດີຂຶ້ນໃນປີຕໍ່ໆໄປ.

 

ເປັນສ່ວນຫນຶ່ງຂອງການປ່ຽນແປງ”

🚀 ຄົ້ນພົບເລື່ອງຄວາມສໍາເລັດທີ່ເປັນແຮງບັນດານໃຈເພີ່ມເຕີມແບບດຽວກັບເລື່ອງຂອງ ພັນໄຊ ແລະ ເບິ່ງວິທີການສ້າງຄວາມໝັ້ນຄົງທາງດ້ານການເງິນໂດຍການເປັນຜູ້ປະກອບການ.

🔗 ເຂົ້າເບິ່ງເວັບໄຊທ໌ມູນລະນິທິ Maybank ເພື່ອສຳຫຼວດຜົນສຳເລັດຂອງ Maybank R.I.S.E.

🔗 ຮຽນຮູ້ເພີ່ມເຕີມກ່ຽວກັບ People Systems Consultancy (PSC) ແລະ ວິທີທີ່ການປະກອບການ ສາມາດສ້າງຊຸມຊົນແບບຍືນຍົງໄດ້.